ຈາກວຽກຍາມຫວ່າງສູ່ເວທີໂລກ - ການສ້າງແຜນທີ່ຄວາມສວຍງາມຂອງເຟຣນໂພລີນີເຊຍນຳເອົາຜົນປະໂຫຍດທີ່ບໍ່ອາດວັດແທກໄດ້ມາສູ່ຄົນທ້ອງຖິ່ນໄດ້ແນວໃດ.

ເຟຣນຊ໌ ໂພລີນີເຊຍ - ຫາດຊາຍສີຂາວ, ເສັ້ນທາງຍ່າງທີ່ຄົດລ້ຽວ ແລະ ສະຖານທີ່ທາງມໍລະດົກໂລກຂອງ UNESCO ທີ່ເຮັດໃຫ້ມັນເປັນປາຍທາງລາຍຊື່ຈຸດໝາຍຍອດນິຍົມ. ໃນຂະນະທີ່ບາງຄົນເຝົ້າແຕ່ຝັນຮອດມັນ, Christophe Courcaud ກໍເຫັນໂອກາດພິເສດເພື່ອນຳເອົາສະຫວັນມາໃກ້ເຮືອນຍິ່ງຂຶ້ນ ແລະ ຊ່ວຍໃຫ້ການທ່ອງທ່ຽວຂອງທາຮີທີເຕີບໃຫຍ່ຂຶ້ນດ້ວຍສະຕຣີດວິວ.

1,800 ກມ

ຖ່າຍຮູບແລ້ວ

1,200,000

ຮູບພາບ

ຜ່ານ

8K

ວິດີໂອຄວາມລະອຽດການສະແດງຜົນ

8+

ໝູ່ເກາະ

18

ໂຮງແຮມທີ່ເຜີຍແຜ່ແລ້ວ

+450

ສ້າງ
ລາຍຊື່ທຸລະກິດແລ້ວ

ປະສົມທຸລະກິດກັບຄວາມຍິນດີ

ເມື່ອຖືກກະຕຸ້ນດ້ວຍຄວາມຮັກໃນສະຕຣີດວິວຂອງລາວ ແລະ ຄວາມງົດງາມຂອງໝູ່ເກາະໃນເຟຣນຊ໌ ໂພລີນີເຊຍ, Christophe ໄດ້ກໍ່ຕັ້ງ Tahiti 360 ຂຶ້ນມາໃນປີ 2019. ບໍລິສັດທີ່ມີຄວາມຊ່ຽວຊານໃນການບັນທຶກ ແລະ ອັບໂຫຼດຮູບ 360 ຂອງພື້ນທີ່ກາງແຈ້ງຂະໜາດໃຫຍ່ໃນເຟຣນຊ໌ ໂພລີນີເຊຍ, ຮວມທັງເສັ້ນທາງຍ່າງ ແລະ ຫາດຊາຍຕ່າງໆ ຢູ່ສະຕຣີດວິວ. ແລະ ໃນຂະນະທີ່ຈຸດສຸມຫຼັກຂອງລາວແມ່ນເພື່ອບັນທຶກ ແລະ ສະແດງຄວາມງົດງາມຂອງຊີວິດເກາະ, Christophe ກໍຍັງຊ່ວຍທຸລະກິດທ້ອງຖິ່ນໃຫ້ໄດ້ຮັບການຮັບຮູ້ຫຼາຍຂຶ້ນດ້ວຍການທົວໃນອາຄານສະເໝືອນສະຕຣີດວິວທີ່ກົມກືນໄປນຳ.

ການສ້າງແຜນທີ່ເຟຣນໂພລີນີເຊຍ

ໃນເວລາທີ່ເກືອບທຸກສິ່ງຢ່າງຖືກນຳເຂົ້າໂລກດິຈິຕອນໄປແລ້ວນັ້ນ, ມັນເປັນເລື່ອງຍາກທີ່ຈະເຊື່ອວ່າເຟຣນຊ໌ ໂພລີນີເຊຍກັບມີພຽງພາບຖ່າຍດາວທຽມເທົ່ານັ້ນ ຈົນ Christophe ແລະ Tahiti 360 ໄປຮອດເກາະດັ່ງກ່າວ. ເພື່ອເຮັດໃຫ້ເລື່ອງດັ່ງກ່າວຊັບຊ້ອນຍິ່ງຂຶ້ນ, ຖະໜົນຫົນທາງຕ່າງໆຢູ່ໝູ່ເກາະ ເຊັ່ນ: ໂບຣາ ໂບຣາ ແລະ ທາຮີທີ ບໍ່ມີຮອດຊື່ຊ້ຳ, ດັ່ງນັ້ນການໄປມາບ່ອນຕ່າງໆຈຶ່ງເປັນເລື່ອງທ້າທາຍສຳລັບຄົນໃນທ້ອງຖິ່ນ ຮວມທັງນັກທ່ອງທ່ຽວນຳ. ສິ່ງສຳຄັນທີ່ສຸດແມ່ນມັນເຮັດໃຫ້ວຽກຂອງບໍລິການສຸກເສີນຕ່າງໆ ເຊັ່ນ: ນັກດັບເພີງ, ໜ່ວຍກູ້ໄພ ແລະ ໜ່ວຍງານບັງຄັບໃຊ້ກົດໝາຍ ມີຄວາມຫຍຸ້ງຍາກເກີນຄວາມຈຳເປັນ.

 

ຂ້ອຍເຊື່ອມາສະເໝີວ່າສະຕຣີດວິວມີພະລັງໃນການນຳເອົາຜົນປະໂຫຍດອັນຍິ່ງໃຫຍ່ມາສູ່ຊຸມຊົນໃນທ້ອງຖິ່ນ. ຄວາມສາມາດໃນການຖ່າຍທອດຕົວຕົນຂອງທ່ານໄປໃສ່ພື້ນທີ່ສະເພາະໃດໜຶ່ງ ແລະ ສ້າງຄວາມລຶ້ງເຄີຍກັບສິ່ງອ້ອມຂ້າງກ່ອນທີ່ທ່ານຈະອອກຈາກເຮືອນໄປນັ້ນ ເປັນສິ່ງທີ່ເຮັດໃຫ້ຂ້ອຍຫຼົງໄຫຼສະເໝີມາ. ສິ່ງນີ້ເບິ່ງແລ້ວມີປະໂຫຍດເປັນຢ່າງຍິ່ງໂດຍສະເພາະແມ່ນໃນເຟຣນຊ໌ ໂພລີນີເຊຍ, ເພາະການນຳທາງຢ່າງງ່າຍດາຍນັ້ນຖືວ່າເປັນເລື່ອງທີ່ເກືອບເປັນໄປບໍ່ໄດ້ເລີຍ.

-

Christophe Courcaud, ຜູ້ກໍ່ຕັ້ງ Tahiti 360

 

Google ສະຕຣີດວິວ ການສ້າງແຜນທີ່ Bora Bora

ເມື່ອຮັບຮູ້ຜົນປະໂຫຍດທີ່ສະຕຣີດວິວນຳໄປໃຫ້ຊີວິດໃນເກາະແລ້ວ, ໜ່ວຍງານທ້ອງຖິ່ນໄດ້ຮ່ວມມືກັບ Tahiti 360 ເພື່ອສ້າງແຜນທີ່ ແລະ ການອ້າງອີງຖະໜົນຫົນທາງທັງໝົດໃນທາຮີທີ, ມູຣີ, ໂບຣາ ໂບຣາ, ໄຣເອຍທີ, ເມົາພີທີ, ຮົວຮີນ, ຟາກາຣາວາ ແລະ ແຣງກິໂຣ. Christophe ໃຊ້ລົດວິບາກ, ລົດກັອບ, ລົດຈັກໄຟຟ້າ, ເຈັດສະກີ ແລະ ມ້າ ໃນການບັນທຶກຂໍ້ມູນໃຫ້ຄອບຄຸມກວ່າ 1,800 ກມ ຂອງເຟຣນຊ໌ ໂພລີນີເຊຍ. ຕ້ອງຂໍຂອບໃຈຂໍ້ມູນຈາກ Christophe ແລະ ຂໍ້ມູນທາງພູມສາດທ້ອງຖິ່ນທີ່ແບ່ງປັນໂດຍໜ່ວຍງານຕ່າງໆ, ຕອນນີ້ມັນຈຶ່ງເປັນໄປໄດ້ທີ່ຈະຮັບອັບເດດສະພາບຈະລາຈອນແບບສົດໆ, ການແນະນຳເສັ້ນທາງທີ່ໄວທີ່ສຸດ ແລະ ເສັ້ນທາງໄປຫາທຸລະກິດທ້ອງຖິ່ນໃນທາຮີທີຢູ່ Google ແຜນທີ່. ສິ່ງນີ້ມີປະໂຫຍດເປັນຢ່າງຍິ່ງໂດຍສະເພາະແມ່ນຕໍ່ກັບບໍລິການສຸກເສີນທີ່ຈະສາມາດເຮັດວຽກໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນໃນເກາະ. ສຸດທ້າຍນີ້, ການເຂົ້າເຖິງຮູບພາບຂອງ Tahiti 360 ຢູ່ສະຕຣີດວິວກໍຍັງເຮັດໃຫ້ການວາງແຜນ, ການບຳລຸງຮັກສາຕຶກອາຄານ ແລະ ສະພາບຖະໜົນຫົນທາງເປັນເລື່ອງງ່າຍໄປນຳ.

ເຂົ້າ World Heritage Site ຂອງ UNESCO

ການທົວແບບອິມເມີສີບທີ່ສຸດຂອງ Tahiti 360 ແມ່ນ Taputapuatea ຢູ່ເກາະໄຣເອຍທີ. UNESCO World Heritage Site ມີບົດບາດສຳຄັນໃນການພານັກເດີນທາງກວ່າ 300,000 ຄົນໄປສູ່ເຟຣນຊ໌ ໂພລີນີເຊຍທຸກໆປີ. ແຕ່ການບັນທຶກຄວາມງົດງາມຂອງມັນໃນແບບ 360 ນັ້ນ, Christophe ໄດ້ເປີດໂອກາດໃຫ້ຜູ້ຄົນຫຼາຍລ້ານໄດ້ສຳຜັດມັນໃນໂລກສະເໝືອນ. ຜົນງານທີ່ເຜີຍແຜ່ແລ້ວຂອງ Christophe ຢູ່ສະຕຣີດວິວໄດ້ພາເອົາຄວາມມະຫັດສະຈັນຂອງໂລກມາສູ່ໜ້າຈໍຂອງພວກເຮົາ, ເຮັດໃຫ້ພວກເຮົາທຸກຄົນສາມາດສຳຫຼວດມັນໄດ້.

ການເກັບກຳຂໍ້ມູນເກາະທັງເກາະບໍ່ແມ່ນເລື່ອງງ່າຍ, ແຕ່ Christophe ກໍຮັບຄຳທ້ານັ້ນ. ເພື່ອຮັບປະກັນວ່າລາວຈະບັນທຶກເອົາທຸກຢ່າງທີ່ມີໃນ ໂບຣາ ໂບຣາ ໃນແບບ 360, ລາວຈຶ່ງຕ້ອງໃຊ້ທັງລົດ, ເຮືອ ແລະ ການຍ່າງໃນການບັນທຶກຮູບເກາະດັ່ງກ່າວ. ມັນໃຊ້ເວລາພຽງ 7 ມື້ສຳລັບ Christophe ໃນການສ້າງແຜນທີ່ເກາະທັງເກາະ ແລະ ເປີດໃຫ້ທຸກຄົນໄດ້ສຳຜັດກັບມັນຢູ່ສະຕຣີດວິວ.

ນອກເໜືອໄປຈາກໂບຣາ ໂບຣາແລ້ວ, Christophe ຍັງຖ່າຍຮູບຖະໜົນທັງໝົດຂອງ ພາພີດທີ, ເມືອງຫຼວງຂອງທາຮີທີ ແລະ ເມືອງ ພິແຣ ນຳ. ມັນປະສົບຄວາມສຳເລັດເມື່ອຮູບພາບຂອງທັງສອງເມືອງປາກົດຢູ່ສະຕຣີດວິວ.

ທຸລະກິດທ້ອງຖິ່ນກໍໄດ້ຮັບໂອກາດໃນການເປັນທີ່ຮູ້ຈັກຢູ່ສະຕຣີດວິວໄປນຳ. ກຸ່ມໂຮງແຮມໃຫຍ່ໆ ເຊັ່ນ: Intercontinental, Manava ແລະ Hilton, ຮວມທັງທຸລະກິດ B&B ຂະໜາດນ້ອຍຕ່າງກໍຕື່ນເຕັ້ນໃນໂອກາດທີ່ຈະໄດ້ສະແດງບ່ອນພັກເຊົາຂອງເຂົາເຈົ້າໃນເວທີລະດັບໂລກ.

ກຳລັງເພີ່ມໃສ່ລາຍຊື່ກະຕ່າ

Tahiti 360 ຫວັງວ່າຈະສາມາດຄອບຄຸມໝູ່ເກາະທັງໝົດໃນເຟຣນຊ໌ ໂພລີນີເຊຍໄດ້ພາຍໃນທ້າຍປີ, ສ່ວນເມົາພີທີ, ທາຮາ, ໝູ່ເກາະມາຄີຊາ, ໝູ່ເກາະແກມເບຍ ແລະ ໝູ່ເກາະອັສທຣັນເປັນລຳດັບຕໍ່ໄປ. ແລະ ເຖິງແມ່ນວ່າຈະຍັງຄົງມີຫຼາຍຢ່າງໃຫ້ຕ້ອງບັນທຶກຮູບພາບຂໍ້ມູນເຟຣນຊ໌ ໂພລີນີເຊຍ, Christophe ກໍໄດ້ເລີ່ມຄິດກ່ຽວກັບການຜະຈົນໄພຕໍ່ໄປຂອງລາວແລ້ວ. ລາວໄດ້ມີການຕົກລົງເຮັດວຽກກັບໜ່ວຍງານທ້ອງຖິ່ນຂອງຝຣັ່ງໃນບ້ານເກີດຂອງລາວໃນການເກັບຂໍ້ມູນຄອບຄຸມເສັ້ນທາງລົດຖີບກວ່າ 400 ກິໂລແມັດ, hortillonnages of Amiens ແລະ ລົດໄຟທ່ອງທ່ຽວສຳລັບ Somme Tourisme. Christophe ຈະເກັບກຳຂໍ້ມູນຮູບພາບບ້ານທີຮູພູ, ເຊິ່ງເປັນເຈົ້າພາບກິດຈະກຳໂຕ້ຄື້ນຂອງການແຂ່ງຂັນໂອລິມປິກ 2024 ນຳ. ໃນລະຫວ່າງນັ້ນ, ລາວຫວັງວ່າຈະສາມາດເພີ່ມນິວຄາເລໂດເນຍ, ໝູ່ເກາະວໍລິສ ແລະ ຟູທູນາໄປໃສ່ສະຕຣີດວິວ, ເພື່ອຊ່ວຍປັບປຸງຊີວິດປະຈຳວັນໃຫ້ກັບຄົນທ້ອງຖິ່ນ ແລະ ຊ່ວຍຄົນສຳຫຼວດສະຫວັນແຫ່ງດັ່ງກ່າວໄດ້ຫຼາຍຍິ່ງຂຶ້ນ.

ສະຕຣີດວິວເປັນແພລດຟອມທີ່ສາມາດເຮັດວຽກຮ່ວມກັນໄດ້ເຊິ່ງຜູ້ປະກອບສ່ວນສາມາດຊ່ວຍຊຸມຊົນໃຫ້ເຕີບໃຫຍ່, ຂະຫຍາຍທຸລະກິດ ແລະ ນຳເອົາສິ່ງມະຫັດສະຈັນໃນໂລກມາໃກ້ເຮືອນໄດ້ຍິ່ງຂຶ້ນໂດຍການເຜີຍແຜ່ຮູບພາບສະຕຣີດວິວໄປໃສ່ Google ແຜນທີ່. ສ່ວນທີ່ດີທີ່ສຸດແມ່ນທຸກຄົນສາມາດສ້າງແຜນທີ່ຄວາມສຳເລັດຂອງເຂົາເຈົ້າເອງໄດ້ດ້ວຍສະຕຣີດວິວ, ທັງໝົດທີ່ຕ້ອງເຮັດແມ່ນຕ້ອງເລີ່ມຕົ້ນກ້າວທຳອິດໃນການປະກອບສ່ວນ.

ສຳຫຼວດເພີ່ມເຕີມ

ແບ່ງປັນຮູບພາບສະຕຣີດວິວຂອງທ່ານ